{"id":3,"created_at":"2024-10-22 14:45:50","updated_at":"2024-10-22 14:45:50","lang_id":7,"title":"ການເຮັດວຽກ, ການລົງທຶນ ແລະ ການສຶກສາໃນ ສປປ ລາວ","description":"ສຳຫຼັບຄົນຕ່າງປະເທດທີ່ມີຈຸດປະສົງເຮັດວຽກໃນ ສປປ ລາວ ຕ້ອງມີການປະກອບເອກະສານຢ່າງຖືກຕ້ອງຕາມຂັ້ນຕອນທີ່ທາງການກຳນົດ ເຊັ້ນ: ບັດອະນຸຍາດການພັກເຊົາ, ບັດອະນຸຍາດເຮັດວຽກ, ບໍລິສັດທີ່ຮັບປະກັນ ແລະ ໄລຍະເວລາຂອງການພັກເຊົາ ມີລາຍລະອຽດລຸ່ມນີ້:\n- ບັດອະຍຸຍາດພັກເຊົາແມ່ນອອກໃຫ້ໂດຍ ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ເພື່ອຢັ້ງຢືນວ່າແຮງງານດັ່ງກ່າວພັກເຊົາຢ່າງຖືກຕ້ອງ ແລະ ມີການຄຸ້ມຄອງຕາມກົດໝາຍ\n- ບັດອະນຸຍາດເຮັດວຽກແມ່ນອອກໃຫ້ໂດຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົນ ເພື່ອຢັ້ງຢືນວ່າແຮງງານດັ່ງກ່າວໄດ້ເຄື່ອນໄຫວວຽກງານຢ່າງຖືກຕ້ອງ ແລະ ມີການຄຸ້ມຄອງຕາມກົດໝາຍ\n- ວີຊາສຳຫຼັບການເຮັດວຽກໃນ ສປປ ລາວ ແມ່ນ ວີຊາແຮງງານ LA-B2\n- ຈຳນວນຄັ້ງໃນການເດີນທາງເຂົ້າ-ອອກ ສປປ ລາວ ແມ່ນຂື້ນກັບປະເພດວີຊາວ່າຈັດໃນປະເພດໃດ (ເຂົ້າ-ອອກ ຄັ້ງດຽວ ຫຼື ເຂົ້າ-ອອກ ຫຼາຍຄັ້ງ)\n- ກໍລະນີວີຊາເຮັດວຽກຫາກໃກ້ຈະໝົດອາຍຸແມ່ນໃຫ້ແຈ້ງກັບບໍລິສັດທີ່ຕົນສັງກັດຢູ່ເພື່ອກະກຽມປະກອບເອກະສານຕໍ່ອາຍຸ","content":{"type":"doc","content":[]}}