{"data":[{"id":1,"created_at":"2024-10-21 12:41:17","updated_at":"2025-03-07 09:27:22","lang_id":1,"title":"ການຕໍ່ເວລາພັກເຊົາ","description":"ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ໄດ້ຮັບອະນຸຍາດໃຫ້ພັກເຊົາຢູ່ ສປປ ລາວ ແລ້ວ ຫາກມີຈຸດປະສົງຢູ່ຕື່ມ ຕ້ອງສະເໜີຂໍຕໍ່ກຳນົດໄລຍະເວລາພັກເຊົານຳເຈົ້າໜ້າທີ່ ຕຳຫຼວດກວດຄົນເຂົ້າ-ອອກເມືອງ ທີ່ກ່ຽວຂ້ອງກ່ອນໝົດກຳໜົດ ໃນໂມງລັດຖະການ ເຊິ່ງມີລາຍລະອຽດລຸ່ມນີ້:","content":{"type":"doc","content":[{"type":"orderedList","attrs":{"start":1},"content":[{"type":"listItem","content":[{"type":"paragraph","attrs":{"textAlign":"left"},"content":[{"text":"ລະບຽບການຕໍ່ພັກເຊົາຄື:","type":"text","marks":[{"type":"bold"}]}]},{"type":"paragraph","attrs":{"textAlign":"left"},"content":[{"text":"*ຕ້ອງນຳໜັງສືຜ່ານແດນຖືກຕ້ອງ, ຄົບຖ້ວນ, ສົມບູນ ແລະ ຍັງມີອາຍຸນຳໃຊ້ (ບໍ່ໃຫ້ໝົດອາຍຸ)","type":"text"}]},{"type":"paragraph","attrs":{"textAlign":"left"},"content":[{"text":"*ການຂໍຕໍ່ພັກເຊົາແມ່ນຕ້ອງມາກ່ອນວັນໝົດອາຍຸ 03 ວັນ","type":"text"}]},{"type":"paragraph","attrs":{"textAlign":"left"},"content":[{"text":"*ການຂໍຕໍ່ພັກເຊົາສາມາດຂໍຕໍ່ພັກເຊົາບໍ່ເກີນ 02 ຄັ້ງ","type":"text"}]},{"type":"paragraph","attrs":{"textAlign":"left"},"content":[{"text":"*ສຳລັບບຸກຄົນຂໍຕໍ່ພັກເຊົາຄົບກຳນົດ 02 ຄັ້ງແແລ້ວ (ໃນກໍລະນີມີເຫດສຸກເສີນຫຼືກໍລະນີຈຳເປັນອື່ນໆ ທີ່ຈະຂໍຕໍ່ພັກເຊົາຕື່ມອີກແມ່ນຕ້ອງໄດ້ມີເອກະສານເພື່ອອ້າງອີງ)","type":"text"}]},{"type":"paragraph","attrs":{"textAlign":"left"},"content":[{"text":"*ສຳລັບພົນລະເມືອງທີ່ຍົກເວັ້ນວີຊາແມ່ນບໍ່ສາມາດຂໍຕໍ່ພັກເຊົາໄດ້ (ໃນກໍລະນີມີເຫດສຸກເສີນຫຼືກໍລະນີຈຳເປັນອື່ນໆ ທີ່ຈະຂໍຕໍ່ພັກເຊົາຕື່ມອີກແມ່ນຕ້ອງໄດ້ມີເອກະສານເພື່ອອ້າງອີງ)","type":"text"}]},{"type":"paragraph","attrs":{"textAlign":"left"},"content":[{"text":"*ກຳນົດເວລາໃນການພິຈາລະນາອະນຸຍາດຕໍ່ເພັກເຊົາວລາໃຫ້ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດແມ່ນກຳນົດ 01-02 ວັນລັດຖະການ","type":"text"}]},{"type":"heading","attrs":{"level":6,"textAlign":"left"},"content":[{"text":"+ສຳລັບພົນລະເມືອງຫ້າມເອົາວີຊາກັບດ່ານຄື:","type":"text"}]},{"type":"paragraph","attrs":{"textAlign":"left"},"content":[{"text":"  -ຕ້ອງນຳໃຊ້ໜັງສືຜ່ານແດນຖືກຕ້ອງ, ຄົບຖ້ວນ, ສົມບູນ ແລະ ຍັງມີອາຍຸນຳໃຊ້ຫຼາຍກວ່າ 180 ວັນ","type":"text"}]},{"type":"paragraph","attrs":{"textAlign":"left"},"content":[{"text":"  -ເຂົ້າມາຍື່ນຄຳຮ້ອງຂໍຕໍ່ພັກເຊົາຕໍ່ເຈົ້າໜ້າທີ່ດ້ວຍຕົນເອງ","type":"text"}]},{"type":"paragraph","attrs":{"textAlign":"left"},"content":[{"text":"  -ຕ້ອງມີໜັງສືຈາກນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ","type":"text"}]},{"type":"paragraph","attrs":{"textAlign":"left"},"content":[{"text":"  -ມີສະຖານະທາງດ້ານການເງິນພຽງພໍ ໃນໄລຍະຢູ່ ສປປ ລາວ, ມີສະຖານທີ່ພັກເຊົາຢ່າງຊັດເຈນ ແລະ ສາມາດຕິດຕໍ່ພົວພັນໄດ້ສະດວກ","type":"text"}]}]},{"type":"listItem","content":[{"type":"paragraph","attrs":{"textAlign":"left"},"content":[{"text":"ສຳລັບຄ່າທຳນຽມ ແລະ ຄ່າບໍລິການຄື:","type":"text","marks":[{"type":"bold"}]}]},{"type":"paragraph","attrs":{"textAlign":"left"},"content":[{"text":" *ການຕໍ່ເວລາພັກເຊົາສຳຫຼັບ ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ແມ່ນ 20,000 ກີບ/ວັນ, ຄ່າບໍລິການ ແລະ ໃບຄຳຮ້ອງ 40,000 ກີບ/ຄັ້ງ","type":"text"}]},{"type":"paragraph","attrs":{"textAlign":"left"},"content":[{"text":" *ການຕໍ່ເວລາພັກເຊົາສຳຫຼັບ ຄົນເຊື້ອຊາດລາວ ແລະ ສະມາຊິກຄອບຄົວຂອງຄົນເຊື້ອຊາດລາວ ແມ່ນ 10,000 ກີບ/ວັນ, ຄ່າບໍລິການ ແລະ ໃບຄຳຮ້ອງ 40,000 ກີບ/ຄັ້ງ","type":"text"}]},{"type":"paragraph","attrs":{"textAlign":"left"},"content":[{"text":" *ທ່ານສາມາດຮັບແບບຟອມເອກະສານເພື່ອຕໍ່ເວລາພັກເຊົາໄດ້ທີ່ ກົມ ຕມ ແລະ ໃຫ້ກະກຽມຮູບຂະໜາດ 3*4 ມາພ້ອມ","type":"text"}]},{"type":"paragraph","attrs":{"textAlign":"left"},"content":[{"text":" *ສຳລັບຄົນເຊື້ອຊາດລາວສັນຊາດຕ່າງປະເທດທີ່ມີອາຍຸຕ່ຳກວ່າ 15 ປີລົງມາ ແລະ 65 ປີຂຶ້ນໄປແມ່ນເສຍແຕ່ຄ່າບໍລິການ ແລະ ໃບຄຳຮ້ອງ 40,000ກີບ/ຄັ້ງ","type":"text"}]}]},{"type":"listItem","content":[{"type":"paragraph","attrs":{"textAlign":"left"},"content":[{"text":"ຂັ້ນຕອນໃນການຕໍ່ພັກເຊົາຄື:","type":"text","marks":[{"type":"bold"}]}]},{"type":"paragraph","attrs":{"textAlign":"left"},"content":[{"text":" *ສຳລັບຜູ້ທີ່ມາຕໍ່ພັກເຊົາຕ້ອງມາເອົາຟອມກັບໜ່ວຍງານຕໍ່ພັກເຊົາ ພະແນກກວດກາ ແລະ ຄຸ້ມຄອງດ່ານ ກົມຕຳຫຼວງກວດຄົນເຂົ້າ-ອອກເມືອງ","type":"text"}]},{"type":"paragraph","attrs":{"textAlign":"left"},"content":[{"text":" *ໄປຍື່ນຢູ່ຫ້ອງ ຂາອອກ-ຂາເຂົ້າ ພະແນກບໍລິຫານ ແລະ ຈັດຕັ້ງ ກົມຕຳຫຼວງກວດຄົນເຂົ້າ-ອອກເມືອງ","type":"text"}]}]}]}]}},{"id":2,"created_at":"2024-10-22 14:06:37","updated_at":"2024-10-22 14:06:37","lang_id":4,"title":"ຢັ້ງຢືນການເສຍຫາຍ","description":"ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ໄດ້ເຮັດໜັງສືຜ່ານແດນເສຍ ຫຼື ຖືກລັກ ແມ່ນສາມາດປະກອບເອກະສານເພື່ອຢັ້ງຢືນການເສຍຫາຍໄດ້ຕາມຂັ້ນຕອນລຸ່ມນີ້:\n- ລາຍງານຕໍ່ກັບເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນທີ່ຕົນເອງໄດ້ເຮັດໜັງສືຜ່ານແດນເສຍ ຫຼື ຖືກລັກ ໂດຍດ່ວນ ເພື່ອອອກໃບຢັ້ງຢືນການເສຍຫາຍຂັ້ນທ້ອງຖິ່ນ\n- ນຳເອົາໃບຢັ້ງຢືນການເສຍຫາຍຂັ້ນທ້ອງຖິ່ນ ແລະ ຮູບຖ່າຍຂະໜາດ 3*4 ເຂົ້າລາຍງານຕໍ່ກັບ ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ \n- ໃຫ້ນຳເອົາໃບຢັ້ງຢືນການເສຍຫາຍຈາກ ກົມ ຕມ ແລ້ວໃຫ້ເຂົ້າໄປຫາສະຖານທູດຂອງປະເທດຕົນເອງ ເພື່ອອອກໜັງສືຜ່ານແດນສຸກເສີນ\n- ຈາກນັ້ນໃຫ້ນຳເອົາ ໜັງສືຜ່ານແດນສຸກເສີນ ແລະ ໃບຢັ້ງຢືນການເສຍຫາຍທີ່ອອກໂດຍ ກົມ ຕມ ເຂົ້າໄປກົງສູນລາວ ເພື່ອອອກວີຊາແຈ້ງອອກ","content":{"type":"doc","content":[]}},{"id":3,"created_at":"2024-10-22 14:45:50","updated_at":"2024-10-22 14:45:50","lang_id":7,"title":"ການເຮັດວຽກ, ການລົງທຶນ ແລະ ການສຶກສາໃນ ສປປ ລາວ","description":"ສຳຫຼັບຄົນຕ່າງປະເທດທີ່ມີຈຸດປະສົງເຮັດວຽກໃນ ສປປ ລາວ ຕ້ອງມີການປະກອບເອກະສານຢ່າງຖືກຕ້ອງຕາມຂັ້ນຕອນທີ່ທາງການກຳນົດ ເຊັ້ນ: ບັດອະນຸຍາດການພັກເຊົາ, ບັດອະນຸຍາດເຮັດວຽກ, ບໍລິສັດທີ່ຮັບປະກັນ ແລະ ໄລຍະເວລາຂອງການພັກເຊົາ ມີລາຍລະອຽດລຸ່ມນີ້:\n- ບັດອະຍຸຍາດພັກເຊົາແມ່ນອອກໃຫ້ໂດຍ ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ເພື່ອຢັ້ງຢືນວ່າແຮງງານດັ່ງກ່າວພັກເຊົາຢ່າງຖືກຕ້ອງ ແລະ ມີການຄຸ້ມຄອງຕາມກົດໝາຍ\n- ບັດອະນຸຍາດເຮັດວຽກແມ່ນອອກໃຫ້ໂດຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົນ ເພື່ອຢັ້ງຢືນວ່າແຮງງານດັ່ງກ່າວໄດ້ເຄື່ອນໄຫວວຽກງານຢ່າງຖືກຕ້ອງ ແລະ ມີການຄຸ້ມຄອງຕາມກົດໝາຍ\n- ວີຊາສຳຫຼັບການເຮັດວຽກໃນ ສປປ ລາວ ແມ່ນ ວີຊາແຮງງານ LA-B2\n- ຈຳນວນຄັ້ງໃນການເດີນທາງເຂົ້າ-ອອກ ສປປ ລາວ ແມ່ນຂື້ນກັບປະເພດວີຊາວ່າຈັດໃນປະເພດໃດ (ເຂົ້າ-ອອກ ຄັ້ງດຽວ ຫຼື ເຂົ້າ-ອອກ ຫຼາຍຄັ້ງ)\n- ກໍລະນີວີຊາເຮັດວຽກຫາກໃກ້ຈະໝົດອາຍຸແມ່ນໃຫ້ແຈ້ງກັບບໍລິສັດທີ່ຕົນສັງກັດຢູ່ເພື່ອກະກຽມປະກອບເອກະສານຕໍ່ອາຍຸ","content":{"type":"doc","content":[]}},{"id":4,"created_at":"2024-10-22 14:50:55","updated_at":"2024-10-22 14:50:55","lang_id":10,"title":"ວີຊາອອນໄລ","description":"ເພື່ອອຳນວຍຄວາມສະດວກໃຫ້ກັບຜູ້ທີ່ຕ້ອງການຈະເດີນທາງເຂົ້າມາ ສປປ ລາວ ສາມາດລົງທະບຽນດ້ວຍຕົນເອງໄດ້ຢ່າງສະດວກສະບາຍຜ່ານທາງເວັບໄຊຂອງ E-VISA ແລະ ກະລຸນາລໍຖ້າການຕອບກັບຈາກເວັບໄຊເພື່ອຢືນຢັນການຈອງວີຊາຂອງທ່ານໄດ້ສຳເລັດແລ້ວ","content":{"type":"doc","content":[]}}],"total":4}